CENTRAL SIERRA HEALTHY SOILS PROGRAM
  • English
  • Español
  • ਪੰਜਾਬੀ
  • ລາວ
  • Hmoob
  • 中文
Picture

ໂຄງການປັບປຸງຄຸນນະພາບດີນເຊຍຣາກາງ
​(Central Sierra Healthy Soils Program)


ກ່ຽວກັບ
ໂຄງການປັບປຸຄຸນນະພາບດີນເຊຍຣາກາງ (Central Sierra Healthy Soils Program) ສະໜອງຄວາມຊ່ວຍເຫຼືອທາງດ້ານເຕັກນິກວິຊາການຟຣີ ແລະ ໂດຍກົງ ເຖີງຊາວກະສິກອນທີ່ຕ້ອງການປັບປຸງ ສຸຂະພາບຂອງດິນຂອງຕົນໃນບັນດາແປດຄາວຕີ້ (Nevada, Placer, Sacramento, El Dorado, Amador, Calaveras, Tuolumne, ແລະ Alpine) ໂດຍກົງເຖີງ $3.4 ລ້ານໂດລາສະຫະລັດ ໂດຍການຮ່ວມມືກັບ Placer RCD, El Dorado / Georgetown Divide RCD (EDGT RCD), ແລະ Amador RCD. ໂຄງການນີ້ເກີດຂື້ນໂດຍຜ່ານການລະດົມເງິນທຶນຈາກ ກົມອາຫານ ແລະ ການກະເສດແຫ່ງລັດແຄລິຟໍເນຍ (California Department of Food & Agriculture).

ໂຄງການປັບປຸຄຸນນະພາບດີນເຊຍຣາກາງ (Central Sierra Healthy Soils Program) ທຸ້ມເທເພື່ອສະໜັບສະໜູນຟາມ ແລະ ຜູ້ຜະລິດໃນການນໍາແນວທາງປະຕິບັດການຈັດການອະນຸລັກມາໃຊ້ ເພື່ອປັບປຸງສຸຂະພາບຂອງດິນ, ແຍກກາກບອນ ແລະ ຫຼຸດຜ່ອນປະລິມານອາຍແກ໊ສເຮືອນແກ້ວໃນຊັ້ນບັນຍາກາດ. ເຖີງແມ່ນວ່າໂຄງການນີ້ຈະໃຫ້ບູລິມະສິດຄວາມສໍາຄັນກັບຜູ້ຜະລິດລາຍຍ່ອຍທີ່ດ້ອຍໂອກາດໃນສັງຄົມກໍ່ຕາມ ແຕ່ວ່າຜູ້ຜະລິດທາງການກະສິກໍາທຸກຂະໜາດ ແລະ ພື້ນຖານອາດຈະນໍາໄປໃຊ້ໄດ້. ໂຄງການຕ່າງໆໃນແຕ່ລະຟາມຈະໄດ້ຮັບເງິນລາງວັນບົນພື້ນຖານເກນຕ່າງໆຄືດັ່ງຕໍ່ໄປນີ້:

  1. ໂຄງການຈະຮັບປະກັນວ່າຢ່າງໜ້ອຍ ໜຶ່ງໂຄງການຈະໄດ້ຮັບເງິນລາງວັນໃນແຕ່ລະແປດຄາວຕີ້ພາຍໃນເຂດພື້ນທີ່ບໍລິການ.
  2. ໂປຣແກຣມຈະຈັດສັນເງິນທຶນຢ່າງໜ້ອຍ 25% ເພື່ອສະໜັບສະໜູນຊາວກະສິກອນ ແລະ ເຈົ້າຂອງຟາມຜູ້ທີ່ດ້ອຍໂອກາດທາງສັງຄົມ.
  3. ໂຄງການເພີ່ມເຕີມຈະໄດ້ຮັບການອະນຸມັດຕາມລໍາກ່ອນຫຼັງ.

ໂຄງການໃນຟາມປະມານ 50 ໂຄງການ ຈະໄດ້ຮັບການຄັດເລືອກກ່ອນທີ່ຈະເຖີງລະດູໃບໄມ້ລົ່ນປີ 2024 ແລະ ການຈັດຕັ້ງປະຕິບັດຈະເລີ່ມຕົ້ນເມື່ອມີການຄັດເລືອກແລ້ວ. ໂຄງການຈະໄດ້ຮັບການສະໜັບສະໜູນຈົນກ່ວາເງິນທຶນຈະໝົດ. ຖ້າຫາກວ່າທ່ານສົນໃຈທີ່ຈະເຂົ້າຮ່ວມໃນໂຄງການ ໂຄງການປັບປຸຄຸນນະພາບດີນເຊຍຣາກາງ (Central Sierra Healthy Soils Program), ກະລຸນາຕື່ມແບບຟອມສະແດງຄວາມສົນໃຈຕໍ່ໄປນີ້:

​ຄໍາຮ້ອງສະຫມັກສໍາລັບໂຄງການນີ້ໄດ້ປິດ
ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ຂະ​ບວນ​ການ​ແລະ​ກໍາ​ນົດ​ເວ​ລາ​ທີ່​ນີ້​
ທົບທວນຄືນຄໍາຮ້ອງຂໍການຊ່ວຍເຫຼືອລ້າ

​ຜູ້ໃຫ້ຄວາມຊ່ວຍເຫຼືອດ້ານເຕັກນິກວິຊາການ

ພົບກັບທີມງານຜູ້ໃຫ້ບໍລິການຄວາມຊ່ວຍເຫຼືອດ້ານເຕັກນິກວິຊາການທີ່ຈະເຮັດວຽກ ຮ່ວມກັບທ່ານເທື່ອລະຂັ້ນຕອນ ໃນການສະໜອງເງິນທຶນສໍາລັບຄງການຄຸນນະພາບດິນທີ່ດີ.
​

anna mariscal

Picture

brian pimentel

Picture

maia davis

Picture
ໂຄງການດັ່ງກ່າວແມ່ນສ້າງຂຶ້ນໂດຍການສະໜັບສະໜູນເງິນທຶນຈາກ ກົມອາຫານ ແລະ ການກະເສດແຫ່ງລັດແຄລິຟໍເນຍ (California Department of Food & Agriculture) ໂດຍການເປັນຫຸ້ນສ່ວນກັບ Placer Resource Conservation District (Placer RCD), El Dorado / Georgetown Divide Resource Conservation District (EDGT RCD), ແລະ​ Amador Resource Conservation District (Amador RCD). ​​

Picture

ໄດ້ຮັບເງິນທຶນຈາກ:
Picture
Powered by Create your own unique website with customizable templates.
  • English
  • Español
  • ਪੰਜਾਬੀ
  • ລາວ
  • Hmoob
  • 中文